ທີ່ພັກ

ຫ້ອງພັກ ແລະ ສວີດ

ຫ້ອງພັກ 8 ປະເພດ ລວມ 90 ຫ້ອງ. ລາຄາທີ່ສະແດງແມ່ນລາຄາຈອງໂດຍກົງ ຕໍ່ຫ້ອງ ຕໍ່ຄືນ.

ຫ້ອງ ຊູພີເຣຍ ດັບເບິ້ນ

ຫ້ອງ ຊູພີເຣຍ ດັບເບິ້ນ

ຫ້ອງພັກທີ່ສະຫງົບ ຈັດວາງຢ່າງລົງຕົວ ມີຕຽງດັບເບິ້ນ 1 ຕຽງ — ເໝາະສຳລັບການທ່ອງທ່ຽວວັງວຽງ.

ຂະໜາດ
25 m²
ຈຳນວນແຂກ
ຜູ້ໃຫຍ່ 2 ທ່ານ + ເດັກ 1 ຄົນ
ຕຽງ
ຕຽງດັບເບິ້ນ
ວິວ
—
ຫ້ອງ ຊູພີເຣຍ ທວິນ

ຫ້ອງ ຊູພີເຣຍ ທວິນ

ຕຽງດ່ຽວ 2 ຕຽງ ໃນຫ້ອງກວ້າງ 32 ຕາແມັດ ເໝາະສຳລັບໝູ່ເພື່ອນ ຫຼື ເພື່ອນຮ່ວມງານ.

ຂະໜາດ
32 m²
ຈຳນວນແຂກ
ຜູ້ໃຫຍ່ 2 ທ່ານ + ເດັກ 1 ຄົນ
ຕຽງ
ຕຽງຄູ່ (2 ຕຽງ)
ວິວ
—
ຫ້ອງ ດີລັກ ດັບເບິ້ນ ວິວພູເຂົາ

ຫ້ອງ ດີລັກ ດັບເບິ້ນ ວິວພູເຂົາ

ຕື່ນມາພົບກັບວິວພູຫີນປູນຂອງວັງວຽງ ໃນຫ້ອງຕຽງດັບເບິ້ນ ຂະໜາດ 32 ຕາແມັດ.

ຂະໜາດ
32 m²
ຈຳນວນແຂກ
ຜູ້ໃຫຍ່ 2 ທ່ານ + ເດັກ 1 ຄົນ
ຕຽງ
ຕຽງດັບເບິ້ນ
ວິວ
ວິວພູເຂົາ
ຫ້ອງ ດີລັກ ຄອບຄົວ (ຫ້ອງເຊື່ອມຕໍ່)

ຫ້ອງ ດີລັກ ຄອບຄົວ (ຫ້ອງເຊື່ອມຕໍ່)

ສອງຫ້ອງເຊື່ອມຕໍ່ກັນ ລວມ 64 ຕາແມັດ ໃຫ້ທັງຄອບຄົວພັກຢູ່ນຳກັນ ຢ່າງກວ້າງຂວາງ.

ຂະໜາດ
64 m²
ຈຳນວນແຂກ
ຜູ້ໃຫຍ່ 4 ທ່ານ + ເດັກ 1 ຄົນ
ຕຽງ
ຫ້ອງເຊື່ອມຕໍ່
ວິວ
—
ຫ້ອງ ເອັກຊິກຄິວທິບ ດັບເບິ້ນ

ຫ້ອງ ເອັກຊິກຄິວທິບ ດັບເບິ້ນ

ຫ້ອງເອັກຊິກຄິວທິບ ກວ້າງ 64 ຕາແມັດ ມີຕຽງດັບເບິ້ນ ແລະ ພື້ນທີ່ແຍກສຳລັບເຮັດວຽກ ຫຼື ພັກຜ່ອນ.

ຂະໜາດ
64 m²
ຈຳນວນແຂກ
ຜູ້ໃຫຍ່ 2 ທ່ານ + ເດັກ 1 ຄົນ
ຕຽງ
ຕຽງດັບເບິ້ນ
ວິວ
—
ຫ້ອງ ເພຣສິເດັ້ນ ສວີດ ຄິງ

ຫ້ອງ ເພຣສິເດັ້ນ ສວີດ ຄິງ

ຫ້ອງສວີດທີ່ດີທີ່ສຸດຂອງພວກເຮົາ: ຕຽງຄິງ, ພື້ນທີ່ສ່ວນຕົວ 64 ຕາແມັດ ແລະ ການບໍລິການລະດັບສູງສຸດ.

ຂະໜາດ
64 m²
ຈຳນວນແຂກ
ຜູ້ໃຫຍ່ 2 ທ່ານ + ເດັກ 1 ຄົນ
ຕຽງ
ຕຽງຄິງໄຊ້
ວິວ
—
ຄຳຖາມທີ່ພົບເລື້ອຍ

ຄຳຖາມທີ່ພົບເລື້ອຍ

ນະໂຍບາຍກ່ຽວກັບເດັກນ້ອຍ
ເດັກທີ່ມີອາຍຸ ແຕ່ (0–2 ປີ)
ພັກຟຣີ ເມື່ອນອນຕຽງດຽວກັບພໍ່ແມ່ (ໃຊ້ຕຽງທີ່ມີຢູ່ໃນຫ້ອງ). ມີຕຽງເດັກນ້ອຍໃຫ້ຕາມການຮ້ອງຂໍ, ຂຶ້ນກັບຈຳນວນທີ່ມີ.

ເດັກນ້ອຍ (3–11 ປີ)
ພັກຟຣີ ເມື່ອນອນຕຽງທີ່ມີຢູ່ໃນຫ້ອງ, ພາຍໃນຈຳນວນແຂກສູງສຸດຂອງຫ້ອງ. ອາຫານເຊົ້າຄິດ 50% ຂອງລາຄາຜູ້ໃຫຍ່: 7 ໂດລາ ຕໍ່ເດັກ ຕໍ່ມື້.

ຜູ້ໃຫຍ່ (12 ປີຂຶ້ນໄປ)
ຄິດລາຄາເທົ່າຜູ້ໃຫຍ່. ຕ້ອງໃຊ້ຕຽງເສີມ, ຄິດຄ່າບໍລິການຕ່າງຫາກ.
ວິທີການຊຳລະເງິນ ແລະ ສະກຸນເງິນ ທີ່ສາມາດຊຳລະໄດ້
● ສະກຸນເງິນທີ່ຮັບ: ໂຮງແຮມຮັບເງິນສົດເປັນ ເງິນກີບ (LAK), ໂດລາສະຫະລັດ (USD) ແລະ ເງິນບາດ (THB). ການຊຳລະດ້ວຍເງິນຕ່າງປະເທດ ຄິດໄລ່ຕາມອັດຕາແລກປ່ຽນປະຈຳວັນຂອງໂຮງແຮມ ທີ່ຕິດປະກາດຢູ່ເຄົາເຕີຕ້ອນຮັບ.

● ບັດເຄຣດິດ ແລະ ການຊຳລະແບບດິຈິຕອນ: ຮັບບັດເຄຣດິດ ແລະ ບັດເດບິດສາກົນ ລວມທັງ Visa, MasterCard, UnionPay ແລະ American Express. ຮັບການຊຳລະຜ່ານ QR ຂອງ BCEL One ແລະ ເຄືອຂ່າຍທະນາຄານພາຍໃນ.

● ການກວດສອບເຈົ້າຂອງບັດ: ເພື່ອຄວາມປອດໄພ ແລະ ປ້ອງກັນການສໍ້ໂກງ, ເຈົ້າຂອງບັດເຄຣດິດທີ່ໃຊ້ຈ່າຍລ່ວງໜ້າ ຫຼື ຄໍ້າປະກັນການຈອງ ຕ້ອງມາເຊັກອິນດ້ວຍຕົນເອງ ພ້ອມບັດຕົວຈິງ ແລະ ບັດປະຈຳຕົວທີ່ມີຮູບ ຫຼື ໜັງສືຜ່ານແດນ ທີ່ຊື່ກົງກັນ.
ສິ່ງຂອງຕ້ອງຫ້າມ ແລະ ຄ່າປັບໄໝ
1. ທຸລຽນ ແລະ ອາຫານກິ່ນແຮງ:
o ຫ້າມນຳ ທຸລຽນ, ປາແດກ / ນ້ຳປາໝັກ ຫຼື ສານເຄມີກິ່ນແຮງ ເຂົ້າຫ້ອງພັກ, ລະບຽງ ແລະ ພື້ນທີ່ພາຍໃນ ຖ້າພົບເຫັນແມ່ນ ຕັກເຕືອນ ແລະ ປັບໄໝ: 100 USD ສຳລັບການທຳຄວາມສະອາດ ແລະ ກຳຈັດກິ່ນ.

2. ການສູບຢາ ແລະ ຢາສູບໄຟຟ້າ:
o ໂຮງແຮມ ໂອເບີນາ ເປັນສະຖານທີ່ ປອດຄວັນຢາ 100% ພາຍໃນອາຄານ. ຫ້າມສູບຢາ, ຊີກາ, ບຸຫຼີ່ໄຟຟ້າ, Vape ຫຼື ກັນຊາ ໃນຫ້ອງພັກ, ຫ້ອງນ້ຳ, ລະບຽງ ແລະ ທາງຍ່າງພາຍໃນທຸກບ່ອນ.ຖ້າພົບເຫັນ ແລະ ຕ້ອງໄດ້ຕັກເຕືອນ ແລະ ປັບໄໝ 200 USD ຄ່າຟື້ນຟູຫ້ອງ (ອົບໄອນ້ຳພົມ/ຜ້າມ່ານ, ຟອກອາກາດ ແລະ ຫ້ອງທີ່ໃຊ້ງານບໍ່ໄດ້).

3. ສັດລ້ຽງ:
o ບໍ່ອະນຸຍາດໃຫ້ນຳສັດລ້ຽງ. ສັດຊ່ວຍເຫຼືອຄົນພິການ ທີ່ມີໃບຢັ້ງຢືນ ອະນຸຍາດໄດ້ ເມື່ອໄດ້ຮັບການອະນຸມັດຈາກຝ່າຍບໍລິຫານລ່ວງໜ້າ.
ນະໂຍບາຍການ ເຊັກອິນກ່ອນເວລາ ແລະ ເຊັກເອົ້າຊ້າ
● ຄ່າເຊັກອິນກ່ອນເວລາ:
o ກ່ອນ 09:00 ໂມງ: ຄິດ 100% ຂອງລາຄາຫ້ອງເຕັມຄືນ (ລວມອາຫານເຊົ້າຂອງເຊົ້າມື້ນັ້ນ).
o ລະຫວ່າງ 09:00–14:00 ໂມງ: ຄິດ 50% ຂອງລາຄາຫ້ອງຕໍ່ມື້ (ຂຶ້ນກັບຫ້ອງວ່າງ ເມື່ອແຂກມາຮອດ).

● ຄ່າເຊັກເອົ້າຊ້າ:
o ລະຫວ່າງ 12:00–18:00 ໂມງ: ຄິດ 50% ຂອງລາຄາຫ້ອງຕໍ່ມື້.
o ຫຼັງ 18:00 ໂມງ: ຄິດ 100% ຂອງລາຄາຫ້ອງເຕັມຄືນ.
ນະໂຍບາຍການຍົກເລີກ ແລະ ການບໍ່ມາເຂົ້າພັກ (No-Show)
01. ລາຄາມາດຕະຖານ ແບບຍືດຫຍຸ່ນ (Standard Flexible Rate)

● ຍົກເລີກຟຣີ ກ່ອນວັນເຂົ້າພັກ 72 ຊົ່ວໂມງ ພາຍໃນເວລາ 14:00 ໂມງ (ເວລາລາວ GMT+7).
● ຍົກເລີກພາຍໃນ 72 ຊົ່ວໂມງ: ຄິດຄ່າບໍລິການ 100% ຂອງຄ່າຫ້ອງຄືນທຳອິດ.
● ບໍ່ມາເຂົ້າພັກ (No-show): ຄິດຄ່າບໍລິການ 100% ຂອງຄ່າຫ້ອງຄືນທຳອິດ; ຄືນທີ່ເຫຼືອ ດຳເນີນການຕາມເງື່ອນໄຂຂອງການຈອງ.

02. ວັນເທດສະການ / ງານພິເສດ (Peak Dates / Special Events)
● ຍົກເລີກຟຣີ ກ່ອນວັນເຂົ້າພັກ 7 ວັນ ພາຍໃນເວລາ 14:00 ໂມງ (ເວລາລາວ GMT+7).
● ຍົກເລີກພາຍໃນ 7 ວັນ: ຄິດຄ່າບໍລິການ 100% ຂອງມູນຄ່າການຈອງທັງໝົດ.
● ບໍ່ມາເຂົ້າພັກ: ຄິດຄ່າບໍລິການ 100% ຂອງມູນຄ່າການຈອງທັງໝົດ.
● ອາດຕ້ອງຈ່າຍເງິນມັດຈຳ ຫຼື ຈ່າຍເຕັມຈຳນວນລ່ວງໜ້າ ຕາມທີ່ແຈ້ງໃນເວລາຈອງ.

03. ລາຄາບໍ່ສາມາດຄືນເງິນ (Non-Refundable Rate)
● ຕ້ອງຈ່າຍເຕັມຈຳນວນ ໃນເວລາຈອງ.
● ບໍ່ຄືນເງິນ ໃນກໍລະນີ ຍົກເລີກ, ປ່ຽນແປງ, ອອກກ່ອນກຳນົດ ຫຼື ບໍ່ມາເຂົ້າພັກ. ການປ່ຽນວັນທີ ຫຼື ຂໍ້ມູນແຂກ ຕ້ອງໄດ້ຮັບການອະນຸມັດຈາກໂຮງແຮມ ແລະ ຂຶ້ນກັບຫ້ອງວ່າງ, ໂດຍບໍ່ຮັບປະກັນວ່າຈະອະນຸມັດ.
ຈອງຫ້ອງພັກ ໂອເບີນາ ແນວໃດ?
ຈອງໂດຍກົງທີ່ obernahotel.com: ເລືອກວັນທີ, ເລືອກຫ້ອງ ແລະ ສົ່ງຄຳຂໍຈອງ. ທີມງານຈອງຈະຢືນຢັນທາງອີເມວ.
ການຄໍ້າປະກັນການຈອງ ຫ້ອງພັກ ແລະ ການມັດຈຳ ກ່ອນເຂົ້າພັກ
● ເງື່ອນໄຂການຄໍ້າປະກັນ ແລະ ການຊຳລະ: ຕ້ອງມີບັດເຄຣດິດທີ່ໃຊ້ໄດ້ ຫຼື ເງິນມັດຈຳລ່ວງໜ້າ ເພື່ອຄໍ້າປະກັນການຈອງ. ຈຳນວນເງິນມັດຈຳ ແລະ ເງື່ອນໄຂການຊຳລະ (ລວມທັງການຈ່າຍເຕັມຈຳນວນລ່ວງໜ້າ ໃນບາງກໍລະນີ) ແມ່ນຂຶ້ນກັບເງື່ອນໄຂຂອງລາຄາ ແລະ ການຈອງນັ້ນ.

● ການກັນວົງເງິນບັດ: ໂຮງແຮມສະຫງວນສິດ ກັນວົງເງິນໃນບັດເຄຣດິດກ່ອນແຂກມາຮອດ (ປົກກະຕິ 24–72 ຊົ່ວໂມງ) ເພື່ອກວດສອບວ່າບັດໃຊ້ໄດ້ ແລະ ກັນເງິນເທົ່າກັບຄ່າຫ້ອງຄືນທຳອິດ ຫຼື ມູນຄ່າການຈອງທັງໝົດ.

● ການຈອງທີ່ບໍ່ມີການຄໍ້າປະກັນ: ການຈອງທີ່ບໍ່ມີບັດເຄຣດິດຄໍ້າປະກັນ ຫຼື ເງິນມັດຈຳ ຈະຖືວ່າເປັນການຈອງຊົ່ວຄາວ (Tentative) ແລະ ຈະຖືກຍົກເລີກອັດຕະໂນມັດ ເວລາ 16:00 ໂມງ ຂອງວັນທີເຂົ້າພັກ ໂດຍບໍ່ແຈ້ງລ່ວງໜ້າ.
ຄຳຖາມທັງໝົດ